ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພັກ​ປະຊາຊົນ​ປະຕິວັດ​ລາວ​ຜູ້​ຈັດ​ຕັ້ງ​ນຳພາທຸງ​ໄຊຊະນະ​ຂອງ​ການ​ປະຕິວັດ


   ສະຫາຍ​ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ ​ໃຫ້​ທັດສະນະ​ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິ ວັດ​ລາວ​ຄົບ​​ຮອ​ບ 68 ປີ​ວ່າ: ຊາດ​ລາວ​ເປັນ​ຊາດ​ໜຶ່ງ​ທີ່​ມີ​ປະຫວັດສາດ​ອັນ​ຍືດ​ເຍື້ອ​ຍາວ​ນານ​ຫຼາຍ​ພັນ​ປີ, ຄົນ ​ ລາວ​ມີ​ນ້ຳໃຈ​ຮັກ​ຊາດ​ພິລະ​ອາດ​ຫານ, ມີ​ຄວາມ​ສາມັກຄີ​ປອງ​ດອງ, ດຸໝັ່ນໃນການທຳ​ມາ​ຫາກິນ, ມີຄວາມ​ເດັດດ່ຽວ​ຕໍ່ສູ້​ບໍ່ຍອມ​ຈຳນົນ​ກັບ​ການ​ແຊກ​ແຊງ ຮຸກ​ຮານ​ຈາກ​ພວກ​ລ່າ​ເມືອງຂຶ້ນ​ແບບເກົ່າ ແລະ ແບບໃໝ່ເພື່ອປົກ​ປ້ອງບ້ານເກີດເມືອງນອນ​ຕະຫຼອດ​ມາ. ໂດຍ​ສືບ​ທອດ​ພາລະກິດ​ຂອງ​ພັກ​ຄອມ​ມູ​ນິດ​ອິນ ດູຈີນ ພັກ​ເຮົາ​ໄດ້​ຮັບ​ການ​ກໍ່ຕັ້ງ​ຂຶ້ນ​ໃນ​ວັນ​ທີ 22 ມີນາ 1955 ໂດຍ​ມີປະທານ ໄກສອນ ພົມວິຫານ ເປັນ​ແກນ​ນຳ. ເມື່ອ​ຫວນ​ຄືນ​ຫຼັງ 68 ປີ ພັກ​ເຮົາ ​ໄດ້​ເດີນ ​ຕາມ​ເສັ້ນທາງ​​ປະຕິວັດ, ປະທານ​ ໄກສອນ ພົມວິຫານ ​ເປັນ​ແກນ​ນຳ ນຳພາ​ປົດ​ປ່ອຍ​ປະເທດ​ຊາດ ນຳ​ເອົາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ຄວາມ​ເປັນ ​ເອກະລາດ​ ແຫ່ງ​ຊາດ ມາສູ່​ປະຊາຊົນ​ບັນດາເຜົ່າ​ໃນ​ທົ່ວປະເທດ.

   ສິ່ງ​ເຫຼົ່າ​ນີ້,ຢັ້ງຢືນເຖິງ​ອຸດົມ​ການ​ອັນແນ່ວ​ແນ່, ໄຫວ​ພິບອັນລ້ຳ​ເລີດ​ຂອງ ​ປະທານ ໄກສອນ ພົມວິຫານ ກໍຄື​ຂອງພັກທີ່ໄດ້ນຳພາ.ຕະຫຼອດ​​ມາ. ປະເທດ​ຊາດ ​ບໍ່​ວ່າ​ຈະ​ຢູ່​ໃນ​ສະຖານະການ​ຫຍຸ້ງຍາກ​ສັບສົນ​ຢ່າງໃດ​ກໍ່​ຕາມ, ພັກເຮົາ​ກໍ່​ໄດ້​ນຳພາ​ຢ່າງ​ເດັດດ່ຽວ​ເດີນ​ຕາມ​ອຸດົມ​ການ​ສູ່​ຈຸດໝາຍ​ສັງຄົມ​ນິຍົມ, ສາມາດ​ປົກ​ປັກ ​ ຮັກສາໝາກຜົນ​ຂອງ​ການປະຕິວັດ. ສຳລັບ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ກົມ​ໃຫຍ່​ການເມືອງ​ກອງທັບ ເວລາ​ໃດ​ກໍ​ຍຶດ​ໝັ້ນ​ແນວທາງຂອງພັກ, ໂດຍ ກົງ, ຮອບດ້ານຕໍ່​ກຳລັງປ້ອງກັນຊາດ, ເອົາໃຈໃສ່​ສຶກ​ສາ​ອົບຮົມ​ປຸກລະດົມ​ນຳພາ​ແນວ​ຄິດ​ໃຫ້​ຖັນ​ແຖວ ພະນັກງານ-ສະມາຊິກ​ພັກ-ຕະ ຫຼອດ​ຮອດ​ນັກຮົບພາຍ ໃຕ້​ການ​ນຳພາ​ຂອງ​ພັກ ຍຶດ​ໝັ້ນ​ອຸດົມ​ການ​ປະຕິວັດກ້າວສູ່ສັງຄົມນິຍົມ, ໃຫ້​ສົມ​ກັບ​ເປັນ​ກຳ ລັງ​ອັນ​ແຫຼມ​ຄົມ​ທີ່​ໄວ້ເນື້ອ​ເຊື່ອ​ໃຈ​ຂອງ​ພັກ-ຂອງ​ປະ ຊາຊົນ​ບັນ ດາເຜົ່າ, ຮັກສາ ແລະ ເສີມ​ຂະຫຍາຍທາດ​ແທ້​ມູນເຊື້ອ​ປະຕິ​ວັດໂດຍ​ການຈັດຕັ້ງ​ອົບຮົມ-​ຫັດ​ແອບການເມືອງ​-ການ​ທະຫານ-ວິຊາ​ ສະເພາະ​ເຫຼົ່າ​ຮົບ​ທັງ 3 ດ້ານ​ໄປ​ພ້ອມໆ​ກັນ, ມີ​ຄວາມ​ຊຳນິ​ຊຳນານ​ໃນການນຳ​ໃຊ້​ພາຫະນະ​ອຸປະກອນ​ທີ່​ທັນ​ສະໄໝ, ກຽມພ້ອມ​ສູ້​ຮົບ​ໃນທຸກສະຖານະ​ການ, ຈັດ​ຕັ້ງຫັນ​ສູ່​ການ​ກໍ່ສ້າງ ​ຮາກ​ຖານການເມືອງເຮັດ​ໃຫ້ຮາກຖານມີຄວາມ​ສະຫງົບ, ສ້າງ​ເງື່ອນໄຂ​ໃຫ້​ປະເທດ​ຊາດ​ໄດ້​ຮັບການພັດທະນາ, ມີ​ການ​ຫັນປ່ຽນ​ ຕາມ​ຍຸກ​ສະໄໝ, ຖື​ສຳຄັນ ​ໃນການ​ກໍ່ສ້າງ​ພັກ-ກໍ່ສ້າງພະນັກງານ, ສະເພາະ​​ແມ່ນການ​ສຸມ​ໃສ່​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ​ເສີມ​ຂະຫຍາຍ​ນ້ຳໃຈ​ເພິ່ງຕົນ​ເອງ​ກຸ້ມ​ຕົນ ​ເອງ, ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ປັບປຸງ​ສະຖານທີ່​ຄ້າຍ​ຄູ, ປົກ​ປັກ​ຮັກສາ​ພາຫະນະ​ເຕັກນິກ​ອຸດສາຫະກຳ​ປ້ອງ​ກັນ​ຊາດ​ໃຫ້​ທັນ​ສະໄໝ, ພົວພັນ​ຮ່ວມ ​ ມື​ກັບ​ເພື່ອນ​ມິດ​ຍຸດ​ທະ​ສາດ​ນຳ​ເອົາ​ບົດຮຽນ​ປະສົບ​ການ​ຂອງ​ເພື່ອນມິດ​ມາ​ພັດທະນາ​ຕົນ​ເອງໃຫ້​ນັບ​ມື້​ນັບເຂັ້ມແຂງ.

   ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ຄຽງຄູ່ກັບການ ໃນການ​ເຊື່ອ​ໝັ້ນ​​ມອບ​ໝາຍ​ໜ້າທີ່​ທາງດ້ານການເມືອງ​ອັນໜັກໜ່ວງ ທີ່ມີ​ ກຽດ​ສະຫງ່າ​ໃນ​ສະພາບ​ການ​ໃໝ່​ນີ້, ຖັນແຖວ​ພະນັກງານ, ສະມາຊິກ​ພັກ-ນັກຮົບ​ປະຕິວັດກຳລັງ​ປ້ອງກັນຊາດ, ຈະ​ສືບຕໍ່​ຍຶດ​ໝັ້ນ​ພາຍ​ໃຕ້​ການ​ນຳພາ​ໂດຍ​ກົງ, ເດັດຂາດ, ຮອບດ້ານຂອງພັກຢ່າງສະເໝີຕົ້ນສະເໝີ​ປາຍ. ຄະນະ​ນຳ​ກະຊວງ​ປ້ອງກັນປະເທດ ກົມ​ໃຫຍ່​ການ ເມືອງ​ກອງທັບຈະ​ສຸມ​ໃສ່​ວຽກ​ງານ​ພັກ-ວຽກ​ງານ ການ ເມືອງນຳພາ​ແນວ​ຄິດຢ່າງ​ເຂັ້ມແຂງ, ກຳ​ແໜ້ນ ແລະ ປະຕິບັດ​ແນວທາງ​ປ້ອງກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮ້ອບ​ດ້ານ​ ດ້ວຍ​ການຈັດ ຕັ້ງປັບປຸງ​ກໍ່ສ້າງ​ກຳລັງ​ຕົນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ, ນຳພາ​ອົບຮົມ​-ຫັດ​ແອບ​ຍຸດທະວິທີ, ເຫຼົ່າ​ຮົບ​ວິຊາ​ສະເພາະ, ສ້າງ​ຄວາມ​ຊຳນານ​ໃນ​ການ​ນຳ​ໃຊ້​ອາວຸດອຸປະກອນ, ພາຫະນະ​ທີ່​ທັນ​ສະໄໝ​ໃຫ້​ສົມ​ກັບ​ເປັນ​ເຄື່ອງມື​ອັນ​ແຫຼມ​ຄົມ​ທີ່​ໄວ້​ວາງໃຈ​ຂອງ​ພັກຂອງ​ປະຊາຊົນ​ບັນດາເຜົ່າ, ມີ​ຄວາມ​ສາມາດ​ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ມີ​ ໄຊໃນ​ທຸກ​ສະຖານະ​ການ, ຮັບປະກັນໃນ​ການ​ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ​ໄວ້​ໃຫ້​ໝັ້ນຄົງ. ຕັ້ງໜ້າ​ສຸມ​ໃສ່​ ການ​ຫັນ​ ລົງ​ກໍ່ສ້າງ​ຮາກ​ຖານການເມືອງ​ໃຫ້ເຂັ້ມແຂງ, ຍົກ​ສູງ​ສະຕິ​ລະວັງ​ຕົວ, ​ເປັນ​ເຈົ້າ​ການໃນການ​ຕອບ​ຕ້ານ​ການ​ບິດ​ເບືອນ​ຂອງ​ກຸ່ມຄົນ​ບໍ່​ດີ, ແກ້​ໄຂ​ປະ ກົດ​ການ ​ຫຍໍ້ທໍ້​ຂອງ​ສັງຄົມ​ໃຫ້​ມີ​ຄວາມ​ສະຫງົບ, ປອດ​ໄພ, ສ້າງ​ເງື່ອນໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ປະເທດ​ຊາດ​ໄດ້​ຮັບ​ການ​ພັດທະນາເສດຖະກິດ​ມັ່ງ ​ຄັ່ງ​ເຂັ້ມແຂງ, ສຶກ​ສາ​ອົບຮົມ​ໃຫ້​ພະນັກງານ-ສະມາຊິກ​ພັກ​ ສືບ​ທອດ​ຮຽນ​ຮູ້ ແລະ ເສີມ​ຂະຫຍາຍ​ມູນເຊື້ອ​ທາດ​ແທ້​ອັນ​ດີງາມ​ຂອງ​ພັກ,  ຮັບປະກັນ​ຄວາມ ​ໜັກ​ແໜ້ນ ​ທາງ​ດ້ານ​ການເມືອງ-ແນວ​ຄິດ, ມີ​ຄວາມ​ບໍລິສຸດ​ຜຸດຜ່ອງ ຈົ່ງ​ຮັກ​ພັກດີ​ຕໍ່​ລັດທິ​ມາກ-​ເລ​ນິນເດີນຕາມແນວ​ຄິດ​ຂອງປະທານ ໄກສອນ ພົມວິ ຫານ ເພື່ອກ້າວ​ສູ່​ຈຸດໝາຍ​ສັງຄົມ​ນິຍົມ.

ແຫຼ່ງທີ່ມາ:ໜັງສືພິມກອງທັບ
ວັນທີ 17/03/2023